ພະນັກງານ ບັນຊີ

Full time ສະຖານທີ່: ຊັ້ນ 6, ອາຄານ KPG, ບ້ານ ທົ່ງສາງນາງ, ເມືອງ ຈັນທະບູລີ, ນະຄອນຫຼວງວຽງຈັນ, ສປປ ລາວ. 30/03/2026 30/03/2026 - 30/04/2026

ລາຍລະອຽດວຽກ

ຈຸດປະສົງຂອງວຽກ:

ພະນັກງານບັນຊີທີ່ມີຄວາມເອົາໃຈໃສ່ໃນລະອຽດ ແລະ ຮອບຄອບ ໂດຍການຮັບຜິດຊອບໃນວຽກງານການຈັດບັນທຶກທາງບັນຊີ-ການເງິນ, ການຈັດເຮັດບົດລາຍງານ ແລະ ການຮັບປະກັນການປະຕິບັດງານທາງດ້ານມາດຕະຖານ ແລະ ຂໍ້ກຳນົດທາງບັນຊີ.

ໜ້າທີ່ຄວາມຮັບຜິດຊອບຫຼັກ:

  • ຈັດບັນທຶກທາງການບັນຊີ-ການເງິນທີ່ຖືກຕ້ອງ ແລະ ຮັບປະກັນການປະຕິບັດງານທາງທຸລະກິດ
  • ຊ່ວຍໃນການຈັດເຮັດງົບການເງິນລາຍເດືອນ, ລາຍໄຕມາດ ແລະ ລາຍປີ
  • ຊ່ວຍການຈັດເຮັດງົບປະມານ ແລະ ຄາດຄະເນການນຳໃຊ້ງົບປະມານ
  • ຮັບປະກັນການປະຕິບັດງານໃຫ້ເປັນໄປຕາມຫຼັກການບັນຊີ, ຂໍ້ກຳນົດ ແລະ ນະໂຍບາຍພາຍໃນ
  • ສະໜັບສະໜູນຂັ້ນຕອນການກວດສອບໂດຍການຈັດກຽມເອກະສານ ແລະ ຂໍ້ມູນທີ່ຈຳເປັນ
  • ຮ່ວມມືກັບພະແນກ, ໜ່ວຍງານອື່ນໆ ເພື່ອໃຫ້ໝັ້ນໃຈວ່າການລາຍງານທາງການເງິນທີ່ຖືກຕ້ອງ

 

ຄຸນສົມບັດ

ຈົບການສຶກສາລະດັບປະລິນຍາຕີ ຫຼື ສູງກວ່າ ໃນສາຂາບັນຊີ, ການເງິນ ຫຼື ສາຂາທີ່ກ່ຽວຂ້ອງ

  • ມີປະສົບການໃນການເຮັດວຽກໃນດ້ານບັນຊີ ແລະ ການເງິນຢ່າງໜ້ອຍ 1 ປີຂຶ້ນໄປ
  • ມີຄວາມຮູ້ກ່ຽວກັບຫຼັກການ ແລະ ມາດຕະຖານການບັນຊີທີ່ກ່ຽວຂ້ອງ
  • ສາມາດນຳໃຊ້ໂປຣແກຣມ Microsoft Office Suite (Word, Excel, PowerPoint)
  • ມີທັກສະການສື່ສານ ແລະ ການນຳສະເໜີທີ່ດີ
  • ສາມາດເຮັດວຽກພາຍໃຕ້ແຮງກົດດັນ ແລະ ມີທັກສະໃນການບໍລິຫານຈັດການເວລາ

 

  •  

ສະໝັກຕອນນີ້

PDF, DOC, DOCX (ສູງສຸດ 10MB)