ໂຄງຮ່າງການຈັດຕັ້ງ

ທ່ານ ຄຳໄພ ສົມສະນະ

ທ່ານ ຄຳໄພ ສົມສະນະ

ປະທານກຸ່ມບໍລິສັດຄຳໄພ ສະນະ

ທ່ານຄຳໄພ ສົມສະນະ ຜູ້ກໍ່ຕັ້ງ ແລະເປັນປະທານກຸ່ມບໍລິສັດຄຳໄພ ສະນະ ເກີດທີ່ເມືອງຄຳ ແຂວງຊຽງຂວາງ, ໄດ້ຮັບການສຶກສາຮອດຂັ້ນປະຖົມ. ພາຍຫຼັງແຕ່ງງານກັບ ທ່ານນາງພິມຂັນ ສົມສະນະ ກໍຢຶດອາຊີບຄ້າຂາຍລ້ຽງຄອບຄົວ. ຈົນຍ້າຍຄອບຄົວມາຍູ່ປະຄອນຫຼວງວຽງຈັນ ໃນປີ 1980 ແລະ ເລີ່ມສ້າງຕັ້ງທຸລະກິດເຟີນີເຈີຂຶ້ນໃນປີ 1990.

ດ້ວຍຄວາມທິ ທ່ານຄຳໄພ ເປັນຜູ້ທີ່ມີວິໄສທັດກວ້າງໄກ ທັງເປັນນັກປະຕິບັດທຸລະກິດແທ້ຈິງ ຈຶ່ງສາມາດນຳພາ ແລະນຳພາທຸລະກິດໃຫ້ຂະຫຍາຍໂຕຢ່າງຕໍ່ເນື່ອງ ໃນອີກຫຼາຍຂະແໜງການບໍ່ວ່າຈະເປັນດ້ານການກໍ່ສ້າງ-ຊົນຊົນ-ຊົນລະປະທານ, ໂຮງງານຄອນກຣີດ, ເຟີນີເຈີ, ກະສິກຳ-ລ້ຽງສັດ ແລະທ່ອງທ່ຽວ. ຈົນກາຍມາເປັນກຸ່ມບໍລິສັດທີ່ເຂັ້ມແຂງ ໂດດເດັ່ນ ແລະເປັນຢູ່ແຖວໜ້າຂອງ ສປປ ລາວ.

ນອກຈາກບົດບາດປະທານຂອງ ກຸ່ມບໍລິສັດຄຳໄພ ສະນະ ແລ້ວ, ທ່ານຄຳໄພ ຍັງເປັນຜູ້ມີກອນຮັກປະກອບສ່ວນ ໃນວຽກງານຂອງໂຄງ-ລັດຖະບານ ແລະຊ່ວຍເຫຼືອສັງຄົມ. ພ້ອມກັນນັ້ນ ທ່ານຍັງເປັນປະທານສະມາຄົມເຟີນີເຈີລາວ, ຮອງປະທານສະມາຄົມເຟີນີເຈີອາຊຽນ, ຄະນະທີ່ປຶກສາສະພາອຸດສາຫະກຳ-ການຄ້າແຫ່ງຊາດລາວ (ສຄອດ) ແລະ ຄະນະບໍລິຫານ ສຄອດ ໃນຂັ້ນນະຄອນຫຼວງ, ຄະນະແນວລາວສ້າງຊາດນະຄອນຫຼວງ ແລະບົດບາດອື່ນໆ.